ນະໂຍບາຍຕົວແທນ

ນະໂຍບາຍ ແລະ ເງື່ອນໄຂການເປັນຕົວແທນ

ໃຊ້ກັບທຸກຄົນທີ່ສະໝັກ ຫຼື ຖືກສ້າງເປັນ ຕົວແທນ ຂອງຮ້ານທີ່ໃຊ້ Happy ERP · ສະບັບ 11/9/2026 · ເງື່ອນໄຂສະເພາະຂອງແຕ່ລະຮ້ານ (ທີ່ທ່ານຍອມຮັບໃນໜ້າຕົວແທນ) ໃຊ້ຄວບຄູ່ກັບນະໂຍບາຍນີ້ — ຂັດກັນ ຖືເອົາຂອງຮ້ານສຳລັບເລື່ອງລາຄາ/ຄ່າຄອມ/ຄ່າສົ່ງ ແລະ ຖືເອົານະໂຍບາຍນີ້ສຳລັບເລື່ອງຂໍ້ມູນ/ຄວາມປອດໄພ

1 · ບົດບາດ

  • ຕົວແທນ = ຜູ້ຂາຍອິດສະຫຼະ ຂາຍສິນຄ້າຂອງຮ້ານແມ່ໃນນາມຕົນເອງ ບໍ່ແມ່ນລູກຈ້າງ ບໍ່ແມ່ນຕົວແທນທາງກົດໝາຍຂອງຮ້ານ ຫຼື ຂອງ Happy ERP
  • ຮ້ານແມ່ເປັນຜູ້ຕັດສິນ: ຮັບ/ປະຕິເສດການສະໝັກ · ໂໝດ (ຈ່າຍກ່ອນ/ເຄຣດິດ) · ລາຄາຕົວແທນ · ວົງເງິນ · ກຳນົດຈ່າຍ · ຄ່າຄອມ · ຄ່າສົ່ງ · ໂບນັດ · ປິດບັນຊີ
  • Happy ERP ໃຫ້ລະບົບ ບໍ່ໄດ້ເປັນຄູ່ສັນຍາຊື້-ຂາຍ ແລະ ບໍ່ຖືເງິນຂອງທ່ານ — ກະເປົາໃນລະບົບ = ບັນຊີລະຫວ່າງທ່ານກັບຮ້ານ

2 · ການສະໝັກ ແລະ ບັນຊີ

  • ໃສ່ຊື່-ເບີ-ອີເມວ ຈິງ ຂອງຕົນເອງ · ອາຍຸ 18 ປີຂຶ້ນໄປ · ບັນຊີໜຶ່ງ = ຄົນໜຶ່ງ ຫ້າມແບ່ງລະຫັດ · ຮັບຜິດຊອບທຸກສິ່ງທີ່ເຮັດຈາກບັນຊີ
  • ຮ້ານມີສິດປະຕິເສດ ຫຼື ພັກບັນຊີ ໂດຍບໍ່ຕ້ອງບອກເຫດຜົນ · ຂໍ້ມູນທີ່ບັນທຶກໄວ້ (ບິນ · ບັນຊີກະເປົາ) ຄົງຢູ່ຕາມກົດໝາຍບັນຊີ

3 · ຄວາມຊື່ສັດໃນການຂາຍ

  • ບອກລູກຄ້າຕາມຈິງ: ສິນຄ້າ · ລາຄາ · ຄ່າສົ່ງ · ເວລາສົ່ງ · ເງື່ອນໄຂຄືນ ຕາມທີ່ຮ້ານກຳນົດ · ຫ້າມອ້າງໂປຣ/ຂອງແຖມ/ຮັບປະກັນ ທີ່ຮ້ານບໍ່ໄດ້ໃຫ້
  • ຫ້າມສ້າງອໍເດີປອມ · ຫ້າມສັ່ງແລ້ວປ່ອຍໝົດເວລາຊ້ຳໆ ເພື່ອລ໋ອກສະຕັອກ · ຫ້າມໃຊ້ຊື່/ໂລໂກ້ຮ້ານ ໃນທາງທີ່ເຮັດໃຫ້ຄົນເຂົ້າໃຈວ່າທ່ານຄືຮ້ານ
  • ລາຄາ: ຂາຍໃນລາຄາທີ່ຮ້ານກຳນົດ · ຖ້າຮ້ານເປີດ "ບວກເອງ" ຕ້ອງບໍ່ຕ່ຳກວ່າລາຄາຕ່ຳສຸດ (MAP) ແລະ ບໍ່ເກີນ 5 ເທົ່າ · ຫ້າມຕັດລາຄາຮ້ານແມ່ຫຼືຕົວແທນອື່ນດ້ວຍລາຄາຕົວແທນ

4 · ຂໍ້ມູນລູກຄ້າ

  • ຊື່ ເບີ ທີ່ຢູ່ ຂອງລູກຄ້າທີ່ສັ່ງຜ່ານທ່ານ ໃຊ້ໄດ້ສະເພາະ ຈັດສົ່ງ ຕິດຕໍ່ເລື່ອງບິນ ແລະ ສັ່ງຄືນ · ຫ້າມຂາຍ ແລກປ່ຽນ ຫຼື ສົ່ງຕໍ່ໃຫ້ຜູ້ອື່ນ · ຫ້າມສົ່ງຂໍ້ຄວາມກຸ່ມ/ໂຄສະນາ ໂດຍລູກຄ້າບໍ່ໄດ້ຂໍ
  • ລູກຄ້າຂໍລຶບ/ຢຸດ = ຕ້ອງເຮັດຕາມ · ຮ້ານ ແລະ Happy ERP ຮັກສາຂໍ້ມູນຕາມນະໂຍບາຍຄວາມເປັນສ່ວນຕົວຂອງ happyerp.la

5 · ກະເປົາ ເຄຣດິດ ແລະ ເງິນ

  • ກະເປົາ = ບັນຊີເພີ່ມ/ຫັກ ທີ່ແກ້ຍ້ອນຫຼັງບໍ່ໄດ້ · ທຸກແຖວມີເວລາ ແລະ ຜູ້ເຮັດ · ຍອດບວກ = ຮ້ານເປັນໜີ້ທ່ານ · ຍອດລົບ = ທ່ານເປັນໜີ້ຮ້ານ
  • ເຕີມດ້ວຍສະລິບຈິງເທົ່ານັ້ນ · ສະລິບປອມ/ຊ້ຳ = ຮ້ານມີສິດຖອນຄືນ ປິດບັນຊີ ແລະ ດຳເນີນຄະດີ
  • ວົງເງິນເຄຣດິດ ແລະ ກຳນົດຈ່າຍ ທີ່ຮ້ານຕັ້ງ ເປັນສັນຍາ: ເກີນກຳນົດ ລະບົບປິດການຂາຍ/ຈ່າຍ ຈົນກວ່າຈ່າຍຄືນ · ຮ້ານມີສິດທວງ ຫັກຈາກຄ່າຄອມ/ໂບນັດ ແລະ ຕິດຕໍ່ຕາມຂໍ້ມູນທີ່ໃຫ້ໄວ້
  • ຄ່າຄອມ ໂໝດເຄຣດິດ ຈ່າຍຫຼັງ ສົ່ງເຖິງ + ເງິນເຂົ້າຮ້ານ ແລະ ຄ້າງຕາມມື້ທີ່ຮ້ານກຳນົດ · ຄືນເງິນ/ຕີກັບ = ດຶງຄ່າຄອມຄືນ
  • ຖອນ: ຂໍຜ່ານລະບົບ → ຮ້ານໂອນເຂົ້າບັນຊີທະນາຄານທີ່ທ່ານບັນທຶກ (ຕ້ອງເປັນຊື່ຂອງທ່ານ) · ຮ້ານມີເວລາໂອນຕາມທີ່ຕົກລົງ · ຄ່າທຳນຽມທະນາຄານ (ຖ້າມີ) ຕາມທີ່ຮ້ານແຈ້ງ
  • ໂບນັດເປົ້າ: ຕາມເງື່ອນໄຂຮ້ານ · ຍົກເລີກ/ຕີກັບ ເກີນ % = ບໍ່ໄດ້ · ຮ້ານປ່ຽນກົດໄດ້ສຳລັບເດືອນຖັດໄປ

6 · ການສົ່ງ ແລະ ຄວາມຮັບຜິດຊອບ

  • ຮ້ານແມ່ ແພັກ ສົ່ງ ແລະ ຮັບຜິດຊອບຄຸນນະພາບສິນຄ້າ ຕາມນະໂຍບາຍຄືນຂອງຮ້ານ · ທ່ານຮັບຜິດຊອບ ຂໍ້ມູນລູກຄ້າທີ່ໃສ່ (ທີ່ຢູ່ຜິດ = ຄ່າຕີກັບຕາມກົດຮ້ານ) ແລະ ຄຳສັນຍາທີ່ທ່ານໃຫ້ລູກຄ້າເກີນຈາກຮ້ານ

7 · ການປິດບັນຊີ

  • ທ່ານຂໍປິດ ຫຼື ຮ້ານປິດ ໄດ້ທຸກເວລາ · ປິດໄດ້ເມື່ອ ບໍ່ມີບິນຄ້າງ ແລະ ຍອດ ≥ 0 · ຍອດບວກ ຮ້ານຈ່າຍຄືນ · ບັນຊີກະເປົາຄົງໄວ້ເປັນຫຼັກຖານ · ຄ່າຄອມທີ່ຍັງບໍ່ຄົບກຳນົດ ຮ້ານຈ່າຍຕາມທີ່ຕົກລົງ
  • ຝ່າຝືນຂໍ້ 3–5 = ຮ້ານປິດບັນຊີໄດ້ທັນທີ ໂດຍບໍ່ຈ່າຍໂບນັດ

8 · ການປ່ຽນແປງ

Happy ERP ອາດປັບນະໂຍບາຍນີ້ · ສະບັບໃໝ່ມີຜົນເມື່ອປະກາດໃນໜ້ານີ້ · ຮ້ານປ່ຽນເງື່ອນໄຂຂອງຮ້ານ ທ່ານຈະຖືກຂໍໃຫ້ຍອມຮັບໃໝ່ໃນໜ້າຕົວແທນ · ຄຳຖາມ: ຕິດຕໍ່ຮ້ານແມ່ກ່ອນ · ເລື່ອງລະບົບ: ຄວາມເປັນສ່ວນຕົວ · ເງື່ອນໄຂການໃຊ້ບໍລິການ

← ຄູ່ມືຕົວແທນ