ໄລຟ໌ຄອນໂຊລ
ພິມ ຫຼື ວາງຄອມເມັນຈາກໄລຟ໌ ແລ້ວລະບົບອ່ານລະຫັດ “CF A3 x2” ແລ້ວສ້າງອໍເດີ ຕັດສະຕັອກ ຂຶ້ນຄິວຖ້າ ໃຫ້ອັດຕະໂນມັດ. ຈົບໄລຟ໌ ອໍເດີພ້ອມສົ່ງຕໍ່ຂັ້ນເກັບເງິນທັນທີ.
ລອງໄລຟ໌ຄອນໂຊລHappy ERP: ລະບົບຈັດການຮ້ານອອນລາຍ ພາສາລາວເຕັມຮູບແບບ. ອໍເດີ, ສາງ, ໄລຟ໌ Facebook, ສະລິບ BCEL, ຂົນສົ່ງພາຍໃນລາວ ຄົບຢູ່ໜ້າຈໍດຽວ.
service.happyerp.la: ຫ້ອງເຮັດວຽກຂອງບໍລິສັດ ແລະ ຟຣີແລນຊ໌ດູແລເພຈ. ລູກຄ້າທຸກຮ້ານ ແຊັດ ໂພສ ແອດ ແລະ ລາຍງານ ຢູ່ບ່ອນດຽວ. ຍອດຂາຍມາຈາກ Happy ERP ຂອງຮ້ານໂດຍກົງ.
ຂໍ້ມູນຕົວຢ່າງ
ແອດແຊັດ Messenger
150,000₭ ຕໍ່ມື້ × 7 ມື້
8/10AI ກວດແລ້ວ: ພ້ອມຍິງ
ເງິນຍັງບໍ່ອອກ ຈົນກວ່າທັງສອງຝ່າຍຕົກລົງ
ຂໍ້ມູນຕົວຢ່າງ
ທຸກຂັ້ນຕອນຂອງຄືນໄລຟ໌ ທີ່ເຄີຍເຮັດດ້ວຍປຶ້ມຈົດກັບ Messenger, Happy ERP ຈັດການໃຫ້ເປັນລະບົບ.
ເມື່ອກ່ອນ: ຈົດອໍເດີໃສ່ປຶ້ມ ຕາເບິ່ງຄອມເມັນບໍ່ທັນ ຢ້ານພາດລູກຄ້າ
ກັບ Happy ERP: ປັກສິນຄ້າພ້ອມລະຫັດ #A1–#A9 ໄວ້ກ່ອນ ແລ້ວລະບົບຈັບຄອມເມັນ CF ໃຫ້ເອງ ບໍ່ຕົກຫຼົ່ນຈັກອໍເດີ
ເມື່ອກ່ອນ: ນັບຜິດ ຂາຍເກີນສະຕັອກ ຕ້ອງໄປຂໍໂທດລູກຄ້າພາຍຫຼັງ
ກັບ Happy ERP: CF ໜຶ່ງຄັ້ງ = ຕັດສະຕັອກທັນທີ, ເຄື່ອງໝົດ ລະບົບຂຶ້ນຄິວຖ້າໃຫ້ອັດຕະໂນມັດ
ເມື່ອກ່ອນ: ໄລ່ຫາສະລິບ BCEL ໃນຮ້ອຍຂໍ້ຄວາມ ຈື່ບໍ່ໄດ້ວ່າໃຜຈ່າຍແລ້ວ
ກັບ Happy ERP: ຕິດສະລິບໃສ່ອໍເດີໂດຍກົງ ກົດປຸ່ມດຽວ “ຈ່າຍແລ້ວ”, ຄ້າງຈ່າຍເຫຼືອເທົ່າໃດ ເຫັນຄາຕາ
ເມື່ອກ່ອນ: ບວກເລກດ້ວຍມືຕອນເດິກ ເມື່ອຍກໍຜິດ
ກັບ Happy ERP: ຍອດຂາຍ ຈຳນວນອໍເດີ ຄ້າງຈ່າຍ ອອກລາຍງານໃຫ້ເອງກ່ອນເຈົ້ານອນ
ເມື່ອກ່ອນ: ຂຽນຊື່-ເບີໂທລູກຄ້າໃສ່ຫີບທີລະອັນ
ກັບ Happy ERP: ພິມລາຍການສົ່ງທັງໝົດອອກມາເລີຍ ພ້ອມຊື່ ເບີໂທ ແຂວງ/ເມືອງ ແລະ ຄ່າ COD
ຂໍ້ມູນຕົວຢ່າງ
ພິມ ຫຼື ວາງຄອມເມັນຈາກໄລຟ໌ ແລ້ວລະບົບອ່ານລະຫັດ “CF A3 x2” ແລ້ວສ້າງອໍເດີ ຕັດສະຕັອກ ຂຶ້ນຄິວຖ້າ ໃຫ້ອັດຕະໂນມັດ. ຈົບໄລຟ໌ ອໍເດີພ້ອມສົ່ງຕໍ່ຂັ້ນເກັບເງິນທັນທີ.
ລອງໄລຟ໌ຄອນໂຊລອໍເດີໃດຈ່າຍແລ້ວ ອໍເດີໃດຄ້າງ ເຫັນເປັນເຄື່ອງໝາຍຄາຕາ. ສະລິບ BCEL ກວດກັບທະນາຄານຈິງ (QR → OneProof): ຍອດກົງບໍ່ · ໃບນີ້ເຄີຍໃຊ້ແລ້ວບໍ · ເງິນເຂົ້າບັນຊີເຮົາບໍ. ລູກຄ້າແປະສະລິບເອງໃນໜ້າສັ່ງຊື້ໄດ້ — ຮ້ານເຫັນຜົນທັນທີ ບໍ່ຕ້ອງໄລ່ຫາໃນແຊັດ.
ເບິ່ງໜ້າອໍເດີMessenger · ຄອມເມັນໂພສ · ແຊັດໜ້າຮ້ານ ແລະ Telegram ໄຫຼເຂົ້າຄິວດຽວ. ຕິດປ້າຍ ພ້ອມຊື້ / ຖາມ / ຮ້ອງທຸກ, ມອບໃຫ້ແອັດມິນ, ຕອບໄວດ້ວຍຂໍ້ຄວາມສຳເລັດຮູບ ແລ້ວສ້າງອໍເດີໄດ້ໃນແຊັດເລີຍ. ຄອມເມັນທີ່ມີເບີໂທ ລະບົບເຊື່ອງໃຫ້ເອງ ກັນຄູ່ແຂ່ງແຍ່ງລູກຄ້າ. ຕອບບໍ່ທັນ? ກົດ “Happy ຊ່ວຍຕອບ” ໃຫ້ AI ຮ່າງຄຳຕອບຈາກລາຄາ ແລະ ຂອງຄົງເຫຼືອຈິງ ແລ້ວເຈົ້າອ່ານ-ແກ້-ສົ່ງ.
ເປີດກ່ອງແຊັດຂໍ້ມູນຕົວຢ່າງ
ສະຕັອກແທ້ຈິງທຸກວິນາທີ: ຮັບເຂົ້າ, ຕັດອອກ, ຈຸດສັ່ງຊື້ຄືນ. ບັນຊີສະຕັອກຢູ່ເຊີບເວີ — ຫຼາຍເຄື່ອງ ຫຼາຍຄົນ ຂາຍພ້ອມກັນກໍ່ບໍ່ຂາຍເກີນ. ໃສ່ບ່ອນວາງ (ຊັ້ນ/ແຖວ) ໃຫ້ສິນຄ້າ ແລ້ວພິມໃບຈັດເຄື່ອງລວມ ຮຽງຕາມເສັ້ນທາງຍ່າງ ເກັບບາດດຽວຈົບ.
ລະຫັດສັ້ນ #A1–#Z9 ໃຊ້ໃນໄລຟ໌ໄດ້ເລີຍ. ຮູບ, ລາຄາ, ຕົ້ນທຶນ, ກຳໄລຕໍ່ອັນ ຢູ່ບ່ອນດຽວ.
ຍອດຂາຍ 7 ມື້, ສິນຄ້າຂາຍດີ, ຊ່ອງທາງທີ່ເຮັດເງິນ, ຍອດຕໍ່ພະນັກງານ. ເຂົ້າໃຈໄດ້ໃນເບິ່ງດຽວ ບໍ່ຕ້ອງເປັນນັກບັນຊີ.
ທຸກເບີໂທກາຍເປັນໂປຣໄຟລ໌: ຊື້ກີ່ຄັ້ງ ຍອດເທົ່າໃດ ຊື້ຫຼ້າສຸດເມື່ອໃດ. ແຍກ VIP / ຊື້ຊ້ຳ / ໃໝ່ ໃຫ້ເອງ ແລະ ບອກວ່າໃຜເງົາໄປເກີນ 30 ມື້ ຄວນທັກກັບ — ພ້ອມຮ່າງຂໍ້ຄວາມໃຫ້.
ສົ່ງອອກລາຍການໃຫ້ອານຸສິດ / HAL / ຮຸ່ງອາລຸນ ເປັນໄຟລ໌ CSV ກົດດຽວ ແລ້ວນຳເລກພັດສະດຸ/ຜົນສົ່ງກັບເຂົ້າດ້ວຍ CSV (ຍັງບໍ່ມີ API ສົດ). ຕິດຕາມ ກຳລັງສົ່ງ → ສົ່ງເຖິງ → ຕີກັບ (ຄືນສະຕັອກເອງ). ພັດສະດຸ COD ທີ່ຢູ່ໃນທາງ ຂຶ້ນຄິວໂທຢ້ຳໃຫ້ເອງ ກ່ອນຂົນສົ່ງໄປເຄາະປະຕູ — ຫຼຸດຕີກັບ. ທ້າຍອາທິດ ເອົາຍອດທີ່ຂົນສົ່ງໂອນມາ ສົມທຽບກັບ COD ທີ່ຄວນໄດ້ — ເງິນບໍ່ຫາຍຕາມທາງ.
ມີໜ້າຮ້ານນຳບໍ? ເປີດຮອບຂາຍ ກົດເລືອກສິນຄ້າ ຮັບເງິນສົດ/ໂອນ/QR ພິມບິນ — ຕັດສະຕັອກຊຸດດຽວກັນກັບອອນລາຍ. ປິດຮອບແລ້ວລະບົບທຽບເງິນສົດໃນລິ້ນຊັກໃຫ້ວ່າຄົບບໍ.
ລິ້ງດຽວໃຫ້ລູກຄ້າສັ່ງເອງ ບໍ່ຕ້ອງແຊັດ: ເລືອກສິນຄ້າ ໃສ່ທີ່ຢູ່ ເລືອກ COD ຫຼື ໂອນ ແລ້ວແປະສະລິບໄດ້ເລີຍ. ຂອງໝົດແລ້ວຫາຍຈາກໜ້າອັດຕະໂນມັດ ແລະ ຂອງຖືກຈອງໄວ້ໃຫ້ ບໍ່ໃຫ້ຂາຍຊ້ຳ.
ຕອບ CF ທັນທີ, ສົ່ງຢືນຢັນອໍເດີ + ສະຖານະ + ເລກພັດສະດຸຫາລູກຄ້າເອງ, ເຊື່ອງຄອມເມັນມີເບີໂທ ແລະ ສົ່ງ event Purchase ກັບໄປ Facebook Ads (CAPI) ໃຫ້ແອດຫາລູກຄ້າແບບດຽວກັນເກັ່ງຂຶ້ນ.
ທຸກວັນຈັນ ລະບົບອ່ານຂໍ້ມູນຮ້ານເຈົ້າເອງ ແລ້ວບອກວ່າຄວນ ເພີ່ມ · ປັບປຸງ · ຫຼື ຕັດອອກ ຫຍັງແດ່ ພ້ອມຕົວເລກຈິງ ແລະ ປຸ່ມໄປແກ້ — ຕົວເລກທຸກຕົວມາຈາກຂໍ້ມູນຂອງເຈົ້າ ບໍ່ແມ່ນ AI ແຕ່ງ.
ພິມ ຍອດ · ສາງ A1 · ຄ້າງ · ອໍເດີ 1042 ໃນຫ້ອງແຊັດຮ້ານ ໄດ້ຄຳຕອບຈາກຂໍ້ມູນຈິງທັນທີ ບໍ່ຕ້ອງເປີດແອັບ.
ມີຫຼາຍເພຈ Facebook ບໍ? ຮັບແຊັດ ແລະ ຄອມເມັນເຂົ້າຄິວດຽວກັນ — ການຕອບຈະອອກຈາກເພຈທີ່ລູກຄ້າທັກມາສະເໝີ.
ໂພສຮູບ · ອາລະບ້ຳ · ວີດີໂອ · Reels ຂຶ້ນເພຈຈາກໃນແອັບ — ນັດເວລາ · ສ້າງເປັນຊຸດ · ປະຕິທິນເດືອນ · ສົ່ງໃຫ້ອະນຸມັດ · ໃສ່ລິ້ງຮ້ານໃນຄອມເມັນທຳອິດໃຫ້ເອງ · ຂອງໝົດຕິດປ້າຍ “ໝົດແລ້ວ”. ພະນັກງານໂພສໄດ້ໂດຍບໍ່ຕ້ອງເປັນແອັດມິນເພຈ — ຖອດສິດຄືນໃນແອັບໄດ້ທັນທີ.
ຕໍ່ອາຍຸເອງໃນແອັບ — ເລືອກແພັກ → ສະແກນ QR → ແປະສະລິບ. ສະລິບຜ່ານ = ຕໍ່ອາຍຸທັນທີ ບໍ່ຕ້ອງລໍໃຜເປີດໃຫ້.
ຄົນອື່ນຂາຍ ຮ້ານສົ່ງ — ຕົວແທນສະໝັກຜ່ານລິ້ງ ຂາຍດ້ວຍລິ້ງ/QR ຈ່າຍລາຄາຕົວແທນຈາກກະເປົາ (ຈ່າຍກ່ອນ ຫຼື ເຄຣດິດມີກຳນົດ) · ຮ້ານອະນຸມັດ ເຕີມ ຖອນ ໂບນັດເປົ້າ ລາຍງານ ໃນເມນູດຽວ.
ຄູ່ມືບໍລິຫານຕົວແທນບັນທຶກທຸກສິ່ງທີ່ແຕ່ລະຄົນເຮັດ: ລ໋ອກອິນ · ບິນ · ສາງ · ແຊັດ · ແກ້ລາຄາ/ລູກຄ້າ/ຕັ້ງຄ່າ (ເກົ່າ→ໃໝ່) — ກອງຕໍ່ຄົນ ຄົ້ນ CSV/PDF · ສະຫຼຸບ Telegram ທຸກຄ່ຳ.
ຂັ້ນຕອນກວດສະລິບ ແລະ ໝາຍຈ່າຍແລ້ວ ອອກແບບຕາມການໂອນຈິງຂອງລູກຄ້າລາວ
ລາຍການສົ່ງພ້ອມພິມ ສຳລັບ ອານຸສິດ, HAL, ຮຸ່ງອາລຸນ ແລະ ນັດຮັບເອງ
ໜ້າເວັບເບົາກວ່າ ERP ຕ່າງປະເທດຫຼາຍເທົ່າ ຢູ່ແຂວງໃດກໍເປີດໄວ
ທຸກປຸ່ມ ທຸກຂໍ້ຄວາມ ຂຽນເປັນພາສາລາວແທ້, ສະຫຼັບ EN/ໄທ ໄດ້ເມື່ອຕ້ອງການ
ຫຼັງບ້ານທີ່ຈື່ທຸກອໍເດີ · ພະນັກງານ AI ທີ່ບໍ່ນອນ · ສະຕູດິໂອທີ່ສ້າງຄລິບໃຫ້ທຸກມື້ · ທີມ /care ທີ່ດູແລເພຈແທນ — ທັງໝົດເວົ້າພາສາລາວ ແລະ ໃຊ້ຂໍ້ມູນຮ້ານດຽວກັນ
ຫຼັງບ້ານ
ຫົວໃຈຂອງຮ້ານ — ທຸກອໍເດີ ທຸກກີບ ທຸກຊິ້ນ ຢູ່ໃນລະບົບດຽວ ບໍ່ຕົກຫຼົ່ນ
ແກ້ບັນຫາ ອໍເດີຕົກຫຼົ່ນໃນແຊັດ · ຂາຍເກີນສະຕັອກ · ສະລິບຊ້ຳ ຫຼື ຍອດບໍ່ກົງ · ເງິນ COD ຫາຍຕາມທາງ

ທົດລອງຟຣີ 14 ວັນ — ບໍ່ຕ້ອງໃສ່ບັດ
ພະນັກງານ AI
ຕອບລູກຄ້າແທນເຈົ້າ ຈາກລາຄາ ແລະ ສະຕັອກຈິງຂອງຮ້ານ ບໍ່ແມ່ນແຕ່ງເອງ — AI ຕອບແຊັດເວັບ ດຽວນີ້ · Messenger/CF ຫຼັງເຊື່ອມເພຈ (ລໍ Meta ອະນຸມັດແອັບກາງ)
ແກ້ບັນຫາ ຕອບແຊັດບໍ່ທັນ ຕອນໄລຟ໌ ຫຼື ຕອນນອນ · ລູກຄ້າຖາມລາຄາແລ້ວຫາຍ ເພາະລໍດົນ

ມາພ້ອມທຸກແພັກ Happy ERP — ບໍ່ຈ່າຍເພີ່ມ
ສະຕູດິໂອ AI
ພິມແນວຄິດເປັນພາສາລາວປະໂຫຍກດຽວ — ໄດ້ຄລິບ ແລະ ຮູບໂຄສະນາ ພ້ອມໂພສ
ແກ້ບັນຫາ ບໍ່ມີເວລາ ແລະ ບໍ່ມີທີມ ເຮັດຄລິບ ແລະ ຮູບໂຄສະນາທຸກມື້
ຕັດຄລິບສິນຄ້າ — ບໍ່ເສຍເຄຣດິດ
ບໍລິການ
ທີມ AI ດູແລເພຈຂອງຮ້ານ — ຕອບແຊັດ 24/7 ໂພສຕາມແຜນ ຄຸມແອດ — ຄົນຈິງກວດທຸກຢ່າງ ກ່ອນອອກຈາກເພຈ
ແກ້ບັນຫາ ບໍ່ມີຄົນດູແລເພຈ · ຍິງແອດແລ້ວບໍ່ຮູ້ວ່າຄຸ້ມ ຫຼື ບໍ່
ເລີ່ມຈາກບົດກວດເພຈຟຣີ — ບໍ່ມີຂໍ້ຜູກມັດ
service.happyerp.la ຄືຫ້ອງເຮັດວຽກຂອງທີມດູແລເພຈ: ລູກຄ້າທຸກຮ້ານຢູ່ບ່ອນດຽວ ແລະ ທຸກຕົວເລກມາຈາກຍອດຂາຍຈິງໃນ Happy ERP.
ຂໍ້ມູນຕົວຢ່າງ
ສະຫຼັບລະຫວ່າງຮ້ານໄດ້ທັນທີ: ແຊັດ ໂພສ ແອດ ແລະ ວຽກຄ້າງຂອງແຕ່ລະຮ້ານ ບໍ່ຕ້ອງລ໋ອກອິນຫຼາຍບັນຊີ.
AI ຮ່າງຂໍ້ຄວາມ ແລະ ກຸ່ມເປົ້າ ກວດແອດທຸກຈຸດກ່ອນຍິງ ແລະ ແກ້ຈຸດອ່ອນໃຫ້. ເງິນແອດຈະອອກກໍ່ຕໍ່ເມື່ອ ບໍລິສັດ ແລະ ເຈົ້າຂອງຮ້ານ ກົດ «ຕົກລົງ» ທັງສອງຝ່າຍ.
ຄ່າແອດ ທຽບກັບ ອໍເດີທີ່ຢືນຢັນແທ້ໃນ Happy ERP, ບໍ່ແມ່ນຈຳນວນແຊັດ ຫຼື ຍອດໄລຄ໌.
| Happy ERP | ERP ຕ່າງປະເທດທົ່ວໄປ | |
|---|---|---|
| ພາສາລາວເຕັມລະບົບ | ມີແຕ່ ໄທ/ຫວຽດ/ອັງກິດ | |
| ຂັ້ນຕອນສະລິບ BCEL / ໂອນລາວ | ||
| ຂົນສົ່ງລາວ (ອານຸສິດ, HAL…) — ສົ່ງອອກ/ນຳເຂົ້າໄຟລ໌ CSV | ຮອງຮັບແຕ່ຂົນສົ່ງປະເທດອື່ນ | |
| ເປີດໄວໃນເນັດຊ້າ | ໜ້າເວັບແບບເບົາ | ຕ້ອງໂຫຼດແອັບໜັກກ່ອນ |
| ລາຄາເປັນເງິນກີບ | ||
| ຈັບອໍເດີຈາກຄອມເມັນໄລຟ໌ | ບາງເຈົ້າມີ ແຕ່ບໍ່ແມ່ນພາສາລາວ | |
| ແຊັດ + ຄອມເມັນທຸກເພຈ ບ່ອນດຽວ · ສ້າງອໍເດີໃນແຊັດ | ມີ (ເຊັ່ນ Pancake ຫວຽດນາມ) ແຕ່ບໍ່ມີພາສາລາວ | |
| ເຊື່ອງຄອມເມັນມີເບີໂທ · ຕອບ CF ອັດຕະໂນມັດ | ບາງເຈົ້າມີ | |
| ສົມທຽບ COD ກັບ ອານຸສິດ / HAL / ຮຸ່ງອາລຸນ (ນຳເຂົ້າໄຟລ໌ CSV ຂອງຂົນສົ່ງ) | ສົມທຽບໄດ້ແຕ່ຂົນສົ່ງປະເທດເຂົາ |
ລາຄາດຽວ ໃຊ້ໄດ້ຄົບ — ທຸກຮ້ານໄດ້ຟີເຈີຄືກັນ ແລະ ບໍ່ມີຄ່າໃຊ້ຈ່າຍເພີ່ມທີ່ບໍ່ໄດ້ບອກໄວ້.
ທຸກຮ້ານໄດ້ຄືກັນ: AI ຕອບແຊັດເວັບ · ໜ້າສັ່ງຊື້ · POS ແລະ ຫຼາຍສາຂາ · CRM ແລະ ແຕ້ມ · ໂພສຂຶ້ນເພຈ · ບໍ່ຈຳກັດຈຳນວນອໍເດີ ແລະ ຈຳນວນຜູ້ໃຊ້.
AI ລຸ້ນດຽວກັນທຸກແພັກ — ບໍ່ສະຫຼັບໄປລຸ້ນຖືກກວ່າເມື່ອແຊັດຫຼາຍ (ສູງສຸດ 200 ຄຳຕອບ AI/ມື້ ຕໍ່ຮ້ານ) · ເຊື່ອມໄດ້ຫຼາຍເພຈໃນຮ້ານດຽວ ບໍ່ຄິດເພີ່ມ — ຮ້ານທີ່ແຊັດຫຼາຍ: ແພັກໂປຣ 1,390,000₭/ເດືອນ (600 ຄຳຕອບ AI/ມື້) ຄຸຍກັບທີມ.
ສ່ວນ Messenger ແລະ ຄອມເມັນ CF ໃຊ້ໄດ້ຫຼັງເຊື່ອມເພຈ ແລະ ຫຼັງ Meta ອະນຸມັດແອັບຂອງເຮົາ
14ວັນ · 0₭
ຮ້ານຈິງຕ້ອງມີລະຫັດເຊີນຈາກທີມ Happy — ຂໍໄດ້ຟຣີ ທາງອີເມວ ຫຼື ທັກເພຈ
ຂໍລະຫັດເຊີນ — ເລີ່ມ 14 ວັນ ມີລະຫັດແລ້ວ? ສະໝັກທີ່ app.happyerp.la599,000₭/ເດືອນ
ຕ້ອງມີລະຫັດເຊີນຈາກທີມ Happy — ຂໍທາງເພຈ ຫຼື support@happyerp.la
499,167₭/ເດືອນ
ແພັກ «ຕັ້ງຄ່າ + ສອນ» 990,000₭ (ຈ່າຍຄັ້ງດຽວ): ທີມ Happy ຕັ້ງຄ່າຮ້ານໃຫ້ຄົບ (ເຊື່ອມເພຈ · ນຳເຂົ້າສິນຄ້າ · ຄ່າສົ່ງ · AI) + ສອນອອນລາຍ 2 ຄັ້ງ + ຊ່ວຍທາງແຊັດ 14 ມື້ — ຊື້ໄດ້ໃນແອັບ ໜ້າ ຄ່າບໍລິການ
🎉 10 ຮ້ານທຳອິດ: ລ໋ອກລາຄານີ້ໄວ້ຕະຫຼອດໄປ — ຂຶ້ນລາຄາພາຍຫຼັງ ຮ້ານທີ່ສະໝັກກ່ອນບໍ່ກະທົບ · ຂໍທົດລອງ: ທັກເພຈ ຫຼື support@happyerp.la
ເດໂມແລ່ນຢູ່ໃນເຄື່ອງຂອງເຈົ້າເອງ: ຂໍ້ມູນເກັບໄວ້ໃນບຣາວເຊີ (localStorage) ບໍ່ໄດ້ສົ່ງໄປເຊີບເວີໃດ. ລຶບໄດ້ທຸກເວລາດ້ວຍປຸ່ມ “ລ້າງຂໍ້ມູນເດໂມ” ໃນໜ້າຕັ້ງຄ່າ.
Facebook ເຊື່ອມໄດ້ຈິງ: ແຊັດ ແລະ ຄອມເມັນຂອງເພຈເຂົ້າມາໃນລະບົບ ພ້ອມສົ່ງສັນຍານການຂາຍກັບໄປ Meta. ປຸ່ມ “ເຊື່ອມ Facebook” ກົດດຽວ ຕອນນີ້ໃຊ້ໄດ້ສະເພາະບັນຊີທີ່ທີມ Happy ເພີ່ມເປັນ tester (ລໍ Meta ອະນຸມັດແອັບກາງ) — ຮ້ານອື່ນໃສ່ Page Token ແລະ App Secret ຂອງເພຈຕົນເອງໄດ້. AI ຕອບແຊັດເວັບ ດຽວນີ້ · Messenger/CF ຫຼັງເຊື່ອມເພຈ ແລະ ເປີດສະວິດ “ໃຫ້ Happy ຕອບລູກຄ້າເອງ”. TikTok ຍັງບໍ່ໄດ້ເຊື່ອມ. ໄລຟ໌ຄອນໂຊລໃນເດໂມແມ່ນການຈຳລອງ ເພາະເດໂມບໍ່ຕໍ່ກັບເຊີບເວີເລີຍ.
ໃຊ້ມືຖືໄດ້ເຕັມຮູບແບບ. ໜ້າຈໍອອກແບບໃຫ້ກົດງ່າຍດ້ວຍນິ້ວມື ແລະ ເປີດໄວເຖິງເນັດຈະຊ້າ.
ERP ຕ່າງປະເທດເກັ່ງຢູ່ຕະຫຼາດເຂົາ ແຕ່ບໍ່ມີພາສາລາວ ບໍ່ຮູ້ຈັກສະລິບ BCEL ບໍ່ຮູ້ຈັກອານຸສິດ. Happy ERP ເລີ່ມຈາກວິທີຂາຍຂອງແມ່ຄ້າລາວແທ້ໆ ແລ້ວຄ່ອຍຂະຫຍາຍອອກ.
ບໍ່ — Happy AI ມາພ້ອມທຸກແພັກ Happy ERP: AI ຕອບແຊັດເວັບ ດຽວນີ້ · Messenger/CF ຫຼັງເຊື່ອມເພຈ (ລໍ Meta ອະນຸມັດແອັບກາງ), ຮ່າງຄຳຕອບໃຫ້ກວດກ່ອນສົ່ງ, ທີ່ປຶກສາປະຈຳອາທິດ ແລະ ຖາມຍອດຜ່ານ Telegram. ຄຳຕອບທຸກອັນມາຈາກລາຄາ ແລະ ສະຕັອກຈິງຂອງຮ້ານເຈົ້າ.
Happy Studio ຄືສະຕູດິໂອ AI ພາສາລາວ ຢູ່ studio.happyerp.la: ພິມແນວຄິດປະໂຫຍກດຽວ ໄດ້ຄລິບສິນຄ້າ TikTok/Reels, ຮູບໂຄສະນາ ຫຼື ຮູບເງົາສັ້ນ ພ້ອມສຽງລາວ — ດຶງສິນຄ້າຈາກຮ້ານ Happy ERP ມາຕັດຕໍ່ ແລະ ຕັ້ງໂພສອັດຕະໂນມັດໄດ້. ຕັດຄລິບສິນຄ້າບໍ່ເສຍເຄຣດິດ.
ບໍ່ຕ້ອງລົງທະບຽນ · ເປີດໃນມືຖືໄດ້ເລີຍ