25 ຂໍ້
ສູນຊ່ວຍເຫຼືອ
ຄຳຖາມທີ່ພົບເລື້ອຍ 25 ຂໍ້ · ແຈ້ງບັນຫາ · ສະຖານະລະບົບ · ຄູ່ມືເຕັມ
ເລີ່ມໃຊ້
ເລີ່ມໃຊ້ Happy ERP ຕ້ອງເຮັດຫຍັງກ່ອນ?
ສະໝັກທີ່ app.happyerp.la ດ້ວຍລະຫັດເຊີນ ຫຼື ລະຫັດທີ່ສົ່ງໄປອີເມວຂອງທ່ານ → ໃສ່ສິນຄ້າ+ລາຄາ → ເປີດລິ້ງໜ້າຮ້ານ → ເຊື່ອມເພຈ Facebook (ຖ້າມີ) · ໃຊ້ໄດ້ຟຣີ 14 ວັນ ບໍ່ຕ້ອງໃສ່ບັດ ຄູ່ມືເຕັມ →
ໃຊ້ໃນມືຖືໄດ້ບໍ? ຕ້ອງໂຫຼດແອັບບໍ?
ໄດ້ — ເປີດ app.happyerp.la ໃນ Chrome/Safari ແລ້ວກົດ ເພີ່ມໃສ່ໜ້າຈໍຫຼັກ ຈະໄດ້ໄອຄອນຄືແອັບ · ຕ້ອງມີເນັດຈຶ່ງບັນທຶກໄດ້: ເນັດຫຼຸດ = ອ່ານໄດ້ ແຕ່ບັນທຶກບໍ່ໄດ້ ຈົນເນັດກັບມາ (ກັນຂໍ້ມູນສອງເຄື່ອງທັບກັນ) ຄູ່ມືເຕັມ →
ພະນັກງານຫຼາຍຄົນໃຊ້ພ້ອມກັນໄດ້ບໍ?
ໄດ້ — ເຈົ້າຂອງເພີ່ມບັນຊີພະນັກງານໃນ ຕັ້ງຄ່າ › ທີມ & ບັນຊີ ພ້ອມບົດບາດ (ແອັດມິນ · ຄົນແພັກ/ສົ່ງ) · ໜ້າທີ່ບົດບາດແກ້ບໍ່ໄດ້ ບອກ «ອ່ານຢ່າງດຽວ» ຊັດເຈນ · ທຸກການແກ້ມີຊື່ຄົນເຮັດ (ເມນູ ກິດຈະກຳ) ຄູ່ມືເຕັມ →
ອໍເດີ · ຈ່າຍເງິນ
ອໍເດີເຂົ້າມາທາງໃດແດ່?
ແຊັດ Facebook (AI ຊ່ວຍຕອບ+ເປີດອໍເດີ) · ໜ້າຮ້ານອອນລາຍ (ລູກຄ້າສັ່ງເອງ) · ໄລຟ໌ (ຄອມເມັນ CF) · ໜ້າຮ້ານ POS · ຕົວແທນ · ພິມເອງ — ທຸກທາງເຂົ້າສາງດຽວກັນ ຄູ່ມືເຕັມ →
ລູກຄ້າໂອນເງິນແລ້ວ ກວດສະລິບແນວໃດ?
ແປະຮູບສະລິບ BCEL ໃສ່ອໍເດີ ລະບົບອ່ານ QR ແລ້ວກວດກັບທະນາຄານ (ຍອດ · ເລກອ້າງອີງ · ຊ້ຳບໍ) ຖ້າຜ່ານ ອໍເດີຕັ້ງເປັນ ຈ່າຍແລ້ວ ເອງ · ສະລິບທະນາຄານອື່ນ ພະນັກງານກົດຢືນຢັນ ຄູ່ມືເຕັມ →
ເກັບເງິນປາຍທາງ (COD) ເຮັດແນວໃດ?
ຕັ້ງອໍເດີເປັນ COD ແລ້ວສົ່ງ · ເມື່ອຂົນສົ່ງໂອນເງິນມາ ກົດ ຮັບເງິນ COD (ຫັກຄ່າທຳນຽມໄດ້) · ຕີກັບ = ກົດ ຕີກັບ ສະຕັອກຄືນເອງ ແລະ ລູກຄ້າຕີກັບ 2 ຄັ້ງຂຶ້ນບັນຊີດຳ ຄູ່ມືເຕັມ →
ລູກຄ້າຢາກເພີ່ມສິນຄ້າໃສ່ອໍເດີທີ່ຍັງບໍ່ໄດ້ຈ່າຍ?
ສັ່ງເພີ່ມທາງແຊັດ/ໜ້າຮ້ານ ລະບົບລວມເຂົ້າອໍເດີຄ້າງຈ່າຍໃຫ້ເອງ (ຫຼື ແຍກອໍເດີໃໝ່ຖ້າຕ້ອງການ) · ຍອດ ແລະ ຄ່າສົ່ງຄິດຄືນ ຄູ່ມືເຕັມ →
ຈັດສົ່ງ · ຕິດຕາມ
ລູກຄ້າຕິດຕາມພັດສະດຸແນວໃດ?
ທຸກອໍເດີມີລິ້ງລັບ happyerp.la/t/… ສົ່ງໃຫ້ລູກຄ້າເອງ (ແຊັດ · Web Push) · ເຫັນສະຖານະ ເລກພັດສະດຸ ແລະ ກົດ ຮັບແລ້ວ/ຍັງບໍ່ໄດ້ຮັບ ໄດ້ ຄູ່ມືເຕັມ →
ຄ່າສົ່ງຄິດແນວໃດ?
ຕັ້ງໄດ້ 3 ຊັ້ນ: ຄ່າຕັ້ງຕົ້ນ · ຕໍ່ແຂວງ · ຕໍ່ເມືອງ (ທີ່ຢູ່ລາວທາງການ) · ຮັບເອງທີ່ຮ້ານ = 0 · ຝັ່ງໜ້າຮ້ານ ແລະ ແຊັດ AI ໃຊ້ຕາຕະລາງດຽວກັນ ຄູ່ມືເຕັມ →
ພິມໃບຈ່າໜ້າຊຸດໄດ້ບໍ?
ໄດ້ — ຕິກຫຼາຍອໍເດີ ໃນ ຈັດສົ່ງ ແລ້ວ ພິມໃບຈ່າໜ້າ (ຂະໜາດເລືອກໄດ້ຕໍ່ເຄື່ອງ) · ພິມແລ້ວອໍເດີຖືກລ໋ອກກັນແກ້ຜິດ ຄູ່ມືເຕັມ →
ໜ້າຮ້ານ · ລູກຄ້າ
ໜ້າຮ້ານອອນລາຍຢູ່ໃສ? ໃຊ້ໂດເມນຕົນເອງໄດ້ບໍ?
shop.happyerp.la/<ຊື່ຮ້ານ> ເປີດໃນ ຕັ້ງຄ່າ › ເຊື່ອມຕໍ່ · ໂດເມນຂອງຮ້ານເອງ (ເຊັ່ນ ຮ້ານ.la) ໃສ່ໄດ້ ຊີ້ A record ມາ IP ທີ່ໜ້າຈໍບອກ ລະບົບອອກໃບຢັ້ງຢືນ https ໃຫ້ເອງ ຄູ່ມືເຕັມ →
ລູກຄ້າແຊັດຈາກໜ້າຮ້ານ ໃຜຕອບ?
AI ຕອບກ່ອນ 24 ຊມ ຈາກເຊີບເວີ ບໍ່ຕ້ອງເປີດແອັບໄວ້ (ລາຄາ · ສະຕັອກຈິງ · ຈອງໃຫ້ທັນທີເມື່ອພິມລະຫັດ) — ເປີດສະວິດ ໃຫ້ AI ຕອບລູກຄ້າເອງ ໃນ ຕັ້ງຄ່າ › ການຂາຍ · ລອງກ່ອນໄດ້ໃນ 🧪 ຫ້ອງທົດລອງ AI · ລູກຄ້າຂໍຄຸຍກັບຄົນໄດ້ · ພະນັກງານເຫັນທຸກຫ້ອງໃນ ແຊັດ & ຄອມເມັນ ຄູ່ມືເຕັມ →
ແຕ້ມສະສົມ ແລະ ຄູປອງ ມີບໍ?
ມີ — ແຕ້ມລົງໃຫ້ລູກຄ້າເມື່ອຈ່າຍ ແລະ ຮັບເຄື່ອງແລ້ວ · ໃຊ້ໄດ້ທີ່ POS ແລະ ໜ້າຕິດຕາມ · ຄູປອງ/ໂປຣ ຕັ້ງໃນ ຕັ້ງຄ່າ › ການຕະຫຼາດ · ແນະນຳໝູ່ໄດ້ແຕ້ມ ຄູ່ມືເຕັມ →
Facebook · AI
ເຊື່ອມເພຈ Facebook ຕ້ອງໃຫ້ລະຫັດຜ່ານບໍ?
ບໍ່ — ໃຊ້ Page Access Token ຈາກບັນຊີຂອງທ່ານເອງ ຕາມຄູ່ມື ຂັ້ນ 1–6 · ຖອນສິດໄດ້ທຸກເວລາທີ່ Facebook · ຮ້ານທີ່ໃຊ້ບໍລິການດູແລເພຈຂອງ Happy ໃຊ້ສິດຄູ່ຮ່ວມງານ ບໍ່ໃຊ້ລະຫັດຜ່ານ ຄູ່ມືເຕັມ →
AI ຕອບແຊັດ ຮູ້ລາຄາ/ສະຕັອກຈິງບໍ? ຫຼຸດລາຄາເອງບໍ?
ຮູ້ — AI ອ່ານລາຄາ ສະຕັອກ ໂປຣ ຄ່າສົ່ງ ຈາກຮ້ານຂອງທ່ານ · ຫຼຸດລາຄາເອງບໍ່ໄດ້: ຄຳຂໍສ່ວນຫຼຸດຖືກສົ່ງໃຫ້ເຈົ້າຂອງຕັດສິນ (Telegram) ຄູ່ມືເຕັມ →
ຮັບແຈ້ງເຕືອນທາງ Telegram ໄດ້ບໍ?
ໄດ້ — ຕັ້ງບອດຂອງຮ້ານເອງໃນ ຕັ້ງຄ່າ › ເຊື່ອມຕໍ່ (Telegram) ຈະໄດ້ຮັບ ອໍເດີໃໝ່ (ມີປຸ່ມ ✅ ຢືນຢັນ) · ສະລິບ · ຄຳຂໍສ່ວນຫຼຸດ · ຮ່າງໂພສລໍອະນຸມັດ · ສະຫຼຸບມື້ ແລະ ຖາມກັບຄືນໄດ້ ຄູ່ມືເຕັມ →
ລູກຄ້າທັກຮ້ານຜ່ານ Telegram ໄດ້ບໍ?
ໄດ້ — ເປີດ ຮັບລູກຄ້າທັກຜ່ານບອດນີ້ ໃນ ຕັ້ງຄ່າ › ເຊື່ອມຕໍ່ › Telegram ແລ້ວແຊຣ໌ລິ້ງ t.me/ຊື່ບອດ · AI ຕອບ 24 ຊມ ແລະ ສັ່ງຊື້ໄດ້ · ພະນັກງານຕອບຈາກ ແຊັດ & ຄອມເມັນ · ບໍ່ຜ່ານ Meta ຄູ່ມືເຕັມ →
ວາງແຜນໂພສລ່ວງໜ້າ ແລະ ໃຫ້ຄົນອື່ນຮ່າງໂພສໄດ້ບໍ?
ໄດ້ — ເມນູ ໂພສ: ນັດເວລາໄດ້ຮອດ 30 ວັນ · ມຸມມອງ 📅 ປະຕິທິນເດືອນ (ສີຕາມສະຖານະ) · ຄົນມີສິດ ໂພສ ສົ່ງໃຫ້ອະນຸມັດ ແລ້ວຄົນມີສິດ ອະນຸມັດ ປ່ອຍຂຶ້ນເພຈ (ອະນຸມັດຈາກ Telegram ໄດ້) ຄູ່ມືເຕັມ →
ບໍລິສັດດູແລເພຈ
ຈ້າງບໍລິສັດ ຫຼື ແອດມິນນອກ ດູແລເພຈ ຕ້ອງໃຫ້ລະຫັດຜ່ານບໍ?
ບໍ່ — ເຈົ້າຂອງຮ້ານກົດ ສ້າງລະຫັດໃຫ້ບໍລິສັດ ໃນ ຕັ້ງຄ່າ › ຮ້ານ › 🏢 ບໍລິສັດດູແລເພຈ (ໃຊ້ເທື່ອດຽວ ພາຍໃນ 7 ມື້) · ບໍລິສັດໂພສ ແລະ ຕອບແຊັດແທນໄດ້ ແຕ່ບໍ່ເຫັນອໍເດີ ເງິນ ຕົ້ນທຶນ ຕັ້ງຄ່າ ຫຼື ຜູ້ໃຊ້ · ທ່ານໄດ້ແຈ້ງເຕືອນທຸກຄັ້ງທີ່ເຂົາເຂົ້າ · ກົດ ຍົກເລີກສິດບໍລິສັດ ໄດ້ທຸກເວລາ ມີຜົນທັນທີ ຄູ່ມືເຕັມ →
ຢາກເປີດບໍລິສັດດູແລເພຈຂອງຕົນເອງ?
ສະໝັກທີ່ service.happyerp.la — 1 ຄົນ + ທີມ AI 6 ຕຳແໜ່ງ ດູແລຫຼາຍຮ້ານຈາກໜ້າຈໍດຽວ · ທົດລອງຟຣີ · ແພັກ ແລະ ລາຄາ: happyerp.la/agency · ຄູ່ມື: info.happyerp.la/service.html ຄູ່ມືເຕັມ →
ບັນຊີ · ລາຍງານ
ອອກໃບກຳກັບພາສີ / ໃບອໍເດີໄດ້ບໍ?
ໄດ້ — ໃບອໍເດີຕໍ່ອໍເດີ ແລະ ໃບກຳກັບພາສີ (VAT) ເລກອອກເທື່ອດຽວ ຫ້າມແກ້ · ລາຍງານອາກອນ ແລະ ສະໝຸດບັນຊີ ສົ່ງອອກ CSV ໄດ້ ຄູ່ມືເຕັມ →
ນັບສາງແນວໃດ ຖ້າຂາຍຢູ່ຂະນະນັບ?
ເປີດ ຊຸດນັບ ໃນ ສາງ ແລ້ວນັບຕົວຈິງ · ເຊີບເວີຄິດຜົນຕ່າງເອງ — ອໍເດີທີ່ຂາຍລະຫວ່າງນັບບໍ່ຫາຍ · ຫຼາຍສາຂາ ນັບແຍກໄດ້ ຄູ່ມືເຕັມ →
ຄວາມປອດໄພ · ຄ່າບໍລິການ
ຂໍ້ມູນຮ້ານປອດໄພບໍ? ສຳຮອງບໍ?
ຂໍ້ມູນຢູ່ເຊີບເວີຂອງເຮົາ ເຂົ້າລະຫັດ https · ສຳຮອງທຸກຄືນໄປນອກເຄື່ອງ ແລະ ຊ້ອມກູ້ຄືນທຸກອາທິດ · ເປີດ 2FA ຜ່ານ Telegram ໄດ້ໃນ ຕັ້ງຄ່າ › ທີມ & ບັນຊີ › ບັນຊີ › ຄວາມປອດໄພບັນຊີ · ນະໂຍບາຍ: happyerp.la/privacy ຄູ່ມືເຕັມ →
ຄ່າບໍລິການເທົ່າໃດ? ຈ່າຍແນວໃດ?
ແພັກດຽວເຕັມລະບົບ (ລາຍເດືອນ · 6 ເດືອນ ແລະ 1 ປີ ຖືກກວ່າ) — ລາຄາປັດຈຸບັນຢູ່ happyerp.la/#pricing · AI ຄຸນນະພາບດຽວກັນທຸກຄຳຕອບ · ທົດລອງຟຣີ · ຈ່າຍໃນແອັບ ເມນູ ຄ່າບໍລິການ: ໂອນ QR ແລ້ວແປະສະລິບ ຕໍ່ອາຍຸທັນທີ ຄູ່ມືເຕັມ →
ຢາກຢຸດໃຊ້ / ລຶບຂໍ້ມູນ ເຮັດແນວໃດ?
ສົ່ງອອກຂໍ້ມູນເປັນ JSON ຫຼື ZIP (JSON + CSV) ໄດ້ທຸກເວລາ ໃນ ຕັ້ງຄ່າ › ລະບົບ › ສຳຮອງ · ຂໍປິດຮ້ານໃນ ຕັ້ງຄ່າ › ທີມ & ບັນຊີ › ບັນຊີ ຫຼື ແຈ້ງເຮົາ — ຂໍ້ມູນຖືກລຶບຕາມນະໂຍບາຍ · ຂໍ້ມູນທີ່ຜູກກັບ Facebook ລຶບຜ່ານທໍ່ຂອງ Meta ໄດ້ ຄູ່ມືເຕັມ →
ແຈ້ງບັນຫາ / ຂໍ້ສະເໜີ
ກົດປຸ່ມ ✨ ຖາມ AI ມຸມຂວາລຸ່ມຂອງໜ້ານີ້ ເປີດແທັບ 💬 ບອກເຮົາແດ່ ເລືອກ ບັນຫາ/ຜິດພາດ ຫຼື ຂໍ້ສະເໜີ ພິມສັ້ນໆ ພ້ອມເບີ/Telegram ຂອງທ່ານ — ເລື່ອງເຂົ້າຄິວທີມທັນທີ ແລະ ເຮົາຕອບກັບທາງເບີ/Telegram ທີ່ທ່ານໃສ່ · ບັນຫາດ່ວນ (ຂາຍບໍ່ໄດ້ · ເງິນຜິດ): ຂຽນຄຳວ່າ ດ່ວນ ນຳ
ເລື່ອງທົ່ວໄປ ຕອບໄວທີ່ສຸດ ບັນຫາດ່ວນກ່ອນ · ລະບົບລົ້ມ/ເງິນຜິດ (ເຫດການ S1) ແຈ້ງລູກຄ້າພາຍໃນ 15 ນາທີ ຕາມນະໂຍບາຍເຫດການ · ສະຖານະລະບົບເບິ່ງໄດ້ທຸກເວລາທີ່ happyerp.la/status