Happy ERP
ເຂົ້າເດໂມ

ຂໍ້ຕົກລົງການປະມວນຜົນຂໍ້ມູນ

ມີຜົນວັນທີ 31 ສິງຫາ 2026 · ສະບັບ 1.1 (ປັບປຸງ 5 ພະຈິກ 2026)

ໜ້ານີ້ຄືສັນຍາລະຫວ່າງຮ້ານທີ່ໃຊ້ Happy ERP ກັບພວກເຮົາ ວ່າດ້ວຍຂໍ້ມູນສ່ວນຕົວ ຂອງລູກຄ້າຂອງຮ້ານ. ຕ່າງຈາກ ນະໂຍບາຍຄວາມເປັນສ່ວນຕົວ ຊຶ່ງຂຽນໃຫ້ ລູກຄ້າອ່ານ — ໜ້ານີ້ຂຽນໃຫ້ເຈົ້າຂອງຮ້ານອ່ານ.

ໃຜເປັນໃຜ

ຮ້ານຄື ຜູ້ຄວບຄຸມຂໍ້ມູນ — ຮ້ານຕັດສິນວ່າຈະເກັບຂໍ້ມູນລູກຄ້າຫຍັງ ແລະ ໃຊ້ເຮັດຫຍັງ.
Happy ERP ຄື ຜູ້ປະມວນຜົນ — ພວກເຮົາເກັບຮັກສາ ແລະ ປະມວນຜົນຕາມຄຳສັ່ງຂອງຮ້ານເທົ່ານັ້ນ.

1ຮັບເອົາຂໍ້ຕົກລົງນີ້ແນວໃດ

ການສ້າງຮ້ານ ຫຼື ໃຊ້ບໍລິການຕໍ່ໄປຫຼັງວັນທີມີຜົນ ຖືວ່າຮ້ານຮັບເອົາຂໍ້ຕົກລົງນີ້. ບໍ່ຕ້ອງເຊັນເອກະສານແຍກ. ຖ້າຮ້ານຕ້ອງການສະບັບເຊັນເປັນເອກະສານ ໃຫ້ຕິດຕໍ່ພວກເຮົາ.

2ປະມວນຜົນຫຍັງ ຂອງໃຜ ດົນປານໃດ

ຫົວຂໍ້ລາຍລະອຽດ
ເລື່ອງໃຫ້ບໍລິການລະບົບຈັດການຮ້ານ — ອໍເດີ · ສາງ · ແຊັດ · ຂົນສົ່ງ · ລາຍງານ
ປະເພດຂໍ້ມູນຊື່ · ເບີໂທ · ທີ່ຢູ່ສົ່ງເຄື່ອງ · ຂໍ້ຄວາມແຊັດ · ປະຫວັດການສັ່ງຊື້ · ຮູບສະລິບ (ຖ້າລູກຄ້າສົ່ງ) · ຮູບໂປຣໄຟລ໌ທີ່ຕິດມາກັບຂໍ້ຄວາມ
ເຈົ້າຂອງຂໍ້ມູນລູກຄ້າຂອງຮ້ານ · ຜູ້ທັກເຂົ້າມາ · ນາຍໜ້າຂອງຮ້ານ
ໄລຍະເວລາຕະຫຼອດເວລາທີ່ຮ້ານໃຊ້ບໍລິການ ແລະ ຕາມພາກ 7 ຫຼັງຢຸດໃຊ້

ພວກເຮົາບໍ່ເກັບເລກບັດເຄຣດິດ ຫຼື ຂໍ້ມູນທະນາຄານຂອງລູກຄ້າ — ການໂອນເກີດຢູ່ນອກລະບົບ ພວກເຮົາເຫັນພຽງຮູບສະລິບທີ່ລູກຄ້າແປະເອງ.

3ພວກເຮົາສັນຍາຫຍັງ

  • ປະມວນຜົນຕາມຄຳສັ່ງຮ້ານເທົ່ານັ້ນ — ບໍ່ເອົາຂໍ້ມູນລູກຄ້າຂອງຮ້ານໄປຂາຍ ບໍ່ເອົາໄປໂຄສະນາໃຫ້ຮ້ານອື່ນ ແລະ ບໍ່ເອົາໄປຝຶກໂມເດວ AI
  • ຮ້ານໜຶ່ງເຫັນສະເພາະຂໍ້ມູນຂອງຕົນ — ແຍກດ້ວຍ shop_id ທຸກຊັ້ນ ແລະ ມີຊຸດທົດສອບຄຸມ
  • ຄວາມລັບ — ຄົນຂອງພວກເຮົາທີ່ເຂົ້າເຖິງໄດ້ ມີໜ້າທີ່ຮັກສາຄວາມລັບ ແລະ ເຂົ້າເມື່ອຈຳເປັນເທົ່ານັ້ນ (ແກ້ບັນຫາທີ່ຮ້ານແຈ້ງ · ກູ້ຂໍ້ມູນ)
  • ຊ່ວຍຮ້ານຕອບຄຳຂໍຂອງລູກຄ້າ — ລູກຄ້າຂໍສຳເນົາ ຫຼື ຂໍລຶບ ພວກເຮົາຊ່ວຍພາຍໃນ 5 ວັນເຮັດວຽກ
  • ແຈ້ງເມື່ອຂໍ້ມູນຮົ່ວ — ພາຍໃນ 72 ຊົ່ວໂມງ ນັບແຕ່ຮູ້ ພ້ອມບອກວ່າແມ່ນຂໍ້ມູນໃດ ແລະ ເຮັດຫຍັງໄປແລ້ວ
  • ໃຫ້ຮ້ານກວດໄດ້ — ຮ້ານຂໍຂໍ້ມູນເລື່ອງຄວາມປອດໄພໄດ້ປີລະຄັ້ງ

4ຄວາມປອດໄພ

  • ຮັບສົ່ງຜ່ານ HTTPS ທັງໝົດ · ລະຫັດຜ່ານເກັບແບບ hash ບໍ່ແມ່ນຂໍ້ຄວາມທຳມະດາ
  • ເຂົ້າໜ້າຜູ້ດູແລຕ້ອງຜ່ານລະຫັດຕໍ່ຄົນ + ລະຫັດຄັ້ງດຽວທາງ Telegram
  • ສຳຮອງຂໍ້ມູນອັດຕະໂນມັດທຸກມື້ ເກັບແບບເຂົ້າລະຫັດ
  • ບັນທຶກການເຂົ້າເຖິງ (audit) ໄວ້ວ່າໃຜເຮັດຫຍັງເມື່ອໃດ

5ຜູ້ຮັບຊ່ວງປະມວນຜົນ

ຮ້ານອະນຸຍາດໃຫ້ພວກເຮົາໃຊ້ຜູ້ຮັບຊ່ວງລຸ່ມນີ້. ຖ້າມີການເພີ່ມ ຫຼື ປ່ຽນ ພວກເຮົາຈະແຈ້ງລ່ວງໜ້າ 30 ມື້ ແລະ ຮ້ານຄັດຄ້ານໄດ້ (ຄັດຄ້ານແລ້ວຮ້ານຢຸດໃຊ້ບໍລິການໄດ້ໂດຍບໍ່ເສຍຄ່າ).

ໃຜເຮັດຫຍັງຂໍ້ມູນທີ່ເຫັນ
Hostingerເຊີບເວີທີ່ລະບົບແລ່ນຢູ່ຂໍ້ມູນທັງໝົດ (ເກັບຮັກສາ)
Meta (Facebook)ສົ່ງ/ຮັບຂໍ້ຄວາມກັບລູກຄ້າຂໍ້ຄວາມແຊັດ · ເຫດການໂຄສະນາ (ຖ້າຮ້ານເປີດ)
Zernio (zernio.com) — ສະເພາະຮ້ານທີ່ເລືອກທໍ່ສຳຮອງຮັບ/ສົ່ງຂໍ້ຄວາມ ແລະ ຄອມເມັນຂອງເພຈ ແທນ Meta ໂດຍກົງຂໍ້ຄວາມແຊັດ · ຄອມເມັນ · ຊື່ ແລະ ຮູບໂປຣໄຟລ໌ Facebook
Anthropic (Claude)ຮ່າງຄຳຕອບແຊັດ (ສະເພາະຕອນຮ້ານເປີດ AI)ຂໍ້ຄວາມແຊັດ + ຂໍ້ມູນສິນຄ້າ
Telegramແຈ້ງເຕືອນເຈົ້າຂອງຮ້ານສະຫຼຸບອໍເດີ ໄປຫາຫ້ອງທີ່ຮ້ານຕັ້ງເອງ
Google Driveເກັບສຳເນົາສຳຮອງສຳເນົາທີ່ເຂົ້າລະຫັດແລ້ວ
Cloudflareບໍລິການ DNS ຢ່າງດຽວບໍ່ເຫັນເນື້ອຫາ (ບໍ່ໄດ້ເປີດ proxy)
BCEL OneProofກວດສະລິບວ່າໂອນຈິງລະຫັດ QR ໃນສະລິບ
ລະບົບທີ່ຮ້ານເຊື່ອມເອງ ບໍ່ນັບເປັນຜູ້ຮັບຊ່ວງຂອງພວກເຮົາ

ຖ້າຮ້ານເປີດ API v1 ຫຼື webhook ອອກໄປຫາລະບົບອື່ນ (ບັນຊີ · ຂົນສົ່ງ) ຮ້ານເປັນຜູ້ຕັດສິນເອງ ແລະ ຮັບຜິດຊອບຄວາມສຳພັນກັບຜູ້ນັ້ນເອງ. ຮ້ານປິດໄດ້ທຸກເມື່ອ.

6ຂໍ້ມູນຢູ່ໃສ

ເຊີບເວີຫຼັກຢູ່ນອກປະເທດລາວ (ສູນຂໍ້ມູນຂອງ Hostinger) ແລະ ຜູ້ຮັບຊ່ວງຂ້າງເທິງກໍ່ຢູ່ຕ່າງປະເທດ. ການໃຊ້ບໍລິການນີ້ ຖືວ່າຮ້ານຮັບຮູ້ ແລະ ຍິນຍອມໃຫ້ຂໍ້ມູນຖືກສົ່ງອອກນອກປະເທດເພື່ອການໃຫ້ບໍລິການ.

7ຢຸດໃຊ້ແລ້ວຂໍ້ມູນເປັນແນວໃດ

  • ຮ້ານດຶງຂໍ້ມູນອອກເອງໄດ້ທຸກເມື່ອ — ຕັ້ງຄ່າ → ລະບົບ → ສົ່ງອອກ
  • ຂໍປິດບັນຊີ → ພວກເຮົາລຶບພາຍໃນ 30 ມື້ ແລະ ຕັດການເຊື່ອມ Facebook ທັນທີ
  • ສຳເນົາສຳຮອງທີ່ຄ້າງຢູ່ ຈະຫາຍໄປຕາມຮອບ ພາຍໃນ 90 ມື້
  • ຍົກເລີກຄຳຂໍປິດບັນຊີໄດ້ກ່ອນຄົບກຳນົດ

8ຄວາມຮັບຜິດຊອບຂອງຮ້ານ

  • ບອກລູກຄ້າຂອງຕົນວ່າເກັບຂໍ້ມູນຫຍັງ ແລະ ໃຊ້ເຮັດຫຍັງ
  • ເກັບສະເພາະຂໍ້ມູນທີ່ຈຳເປັນຕໍ່ການຂາຍ — ຢ່າໃສ່ຂໍ້ມູນອ່ອນໄຫວ (ສຸຂະພາບ · ສາສະໜາ · ການເມືອງ) ລົງໃນລະບົບ
  • ຮັກສາລະຫັດຜ່ານ ແລະ ຄຸມສິດພະນັກງານໃຫ້ເໝາະສົມ

9ການປ່ຽນແປງ

ຖ້າມີການປ່ຽນທີ່ສຳຄັນ ຈະແຈ້ງໃນແອັບ ຫຼື ທາງອີເມວ ຢ່າງໜ້ອຍ 30 ມື້ ກ່ອນມີຜົນ (ຍາວກວ່ານະໂຍບາຍຄວາມເປັນສ່ວນຕົວ ເພາະນີ້ຄືສັນຍາ).

10ຕິດຕໍ່

ອີເມວ: support@happyerp.la
ໂທ/WhatsApp: +856 20 5226 6557

ປະຫວັດສະບັບ
1.1 — 5/11/2026: ເພີ່ມ ຮູບໂປຣໄຟລ໌ທີ່ຕິດມາກັບຂໍ້ຄວາມ ໃນປະເພດຂໍ້ມູນ · ແຖວ Zernio ບອກ ຊື່ ແລະ ຮູບໂປຣໄຟລ໌
1.0 — 31/8/2026: ສະບັບທຳອິດ

ຂໍ້ຕົກລົງການປະມວນຜົນຂໍ້ມູນ ສະບັບ 1.1 · 5 ພະຈິກ 2026